ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
Loading
໑໒:໐໐:໐໐ / -:--:--
ວີດີໂອ

ວີດີໂອ ໄຕ້ຫວັນສະແດງ ອາວຸດທັນສະໄໝ ຫລ້າສຸດ

ສະຫະລັດ​ໄດ້ຢືນຢັນວ່າ ຕົນຈະສືບຕໍ່ຂາຍອາວຸດຍຸດໂທ ປະກອນໃຫ້ແກ່ ໄຕ້ຫວັນຕໍ່ໄປ ພ້ອມກັບປະຕິເສດຕໍ່ລາຍ ງານຂ່າວທີ່ເວົ້າວ່າ ເຈົ້າໜ້າທີ່ສະຫະລັດແລະຈີນ ອາດຈະ ປຶກສາຫາລືກັນ​ ເລື້ອງ​ການປ່ຽນແປງທີ່ອາດເປັນໄປໄດ້ ຕໍ່ນະໂຍບາຍຂາຍອາວຸດ​ໃຫ້​ໄຕ້​ຫວັນນັ້ນ. ໃນລະຫວ່າງ ​ດຽວກັນນີ້ ໄຕ້ຫວັນກໍໄດ້ນໍາສະແດງເທັກໂນໂລຈີ່ໃໝ່ລ່າ ສຸດທາງທະຫານຂອງ ຕົນ ຊຶ່ງມີໂຮມທັງລົດຫຸ້ມເກາະທີ່ ປະຕິບັດງານໃນທຸກໆສະພາບຂອງໜ້າດິນ, ພ້ອມດ້ວຍ ອຸບປະກອນຍິງລູກສອນໄຟທີ່ຕິດຕັ້ງໂທລະສັບສະຫຼາດ ຫຼືໄອໂຟນ ແລະເຮືອບິນບໍ່ມີຄົນຂັບໃໝ່ລໍານຶ່ງ.
ວີດີໂອ

ວີດີໂອ ພໍ່ແມ່ໃນຈີນ ຮ້ອງຮຽນຕໍ່ຂັ້ນສູງ ກ່ຽວກັບລູກໆ ທີ່ຖືກພວກຄ້າມະນຸດ ລັກໄປຂາຍ

ມີເດັກນ້ອຍຈີນ ປະມານສອງແສນຄົນ ທີ່ເຊື່ອວ່າ ຫາຍສາບສູນໄປ ໃນແຕ່ລະປີ ຍ້ອນການລັກລອບຄ້າມະນຸດ.
ວີດີໂອ

ວີດີໂອ ອອສເຕຣເລຍ ຖືກຕ້ອງຕິ ກ່ຽວກັບ ນະໂຍບາຍໃຫ້ລີ້ໄພ

ເຈົ້າໜ້າທີ່ອິນໂດເນເຊຍເວົ້າວ່າ ມີຜູ້ຊອກຂໍລີ້ໄພ 189 ຄົນ ຖືກ ຊ່ວຍຊີວິດໄວ້ໄດ້ ຫຼັງຈາກເຮືອທີ່​ເຂົາ​ເຈົ້າ​ຂີ່​ມານັ້ນ ຫຼົ້ມຢູ່ນອກຝັ່ງ ເມື່ອວັນອັງຄານ​ແລ້ວ​ນີ້. ເຈົ້າໜ້າທີ່ໜ່ວຍຍາມຝັ່ງເວົ້າວ່າ ມີຜູ້ ເສຍຊີວິດຢ່າງໜ້ອຍເກົ້າຄົນ. ຊາວອົບພະຍົບ​ເຫລົ່ານັ້ນ ພະຍາ ຍາມຈະໄປ​ໃຫ້ເຖິງເກາະ Christmas ຊຶ່ງເປັນເກາະນຶ່ງຂອງ ອອສເຕຣເລຍ ທີ່ຫາກໍໄດ້ຈັດຕັ້ງປະຕິບັດນະໂຍບາຍ ໃໝ່ ທີ່ຂັດ ຂວາງ​ບໍ່​ໃຫ້ພວກ​ອົບ​ພະຍົບທີ່​ເດີນທາງ​ມາ​ທາງ​ເຮືອ ຍື່ນຄໍາຮ້ອງ ຂໍລີ້ໄພ ຢູ່​ທີ່​ເກາະນັ້ນ​ໄດ້.
ວີດີໂອ

ວີດີໂອ ເດັກນ້ອຍ ທີ່ບໍ່ໄດ້ກິນ ອາຫານດີ ມັກເຈັບເປັນງ່າຍ ແລະບໍ່ສະຫລາດ ເມື່ອໃຫຍ່ຂຶ້ນ

ພວກນັກຊ່ຽວຊານເວົ້າວ່າ ການໃຫ້ທຶນເພື່ອຊື້ອາຫານທີ່ມີທາດ ບໍາລຸງ ໃຫ້ເດັກນ້ອຍກິນ ແມ່ນຍຸດທະສາດທີ່ສ້າງປະໂຫຍດສູງ ທີ່ສຸດ ສໍາລັບປະເທດໃດກໍຕາມທີ່ເຮັດໄດ້. ຖ້າຫາກວ່າເດັກນ້ອຍ ອຶດຫິວ, ພວກເຂົາຈະເຈັບປ່ວຍໄດ້ງ່າຍຂຶ້ນ, ຕ້ອງການການປິ່ນ ປົວ ດູແລສຸຂະພາບທີ່ແພງກວ່າທໍາມະດາ ແລະເວລາໃຫຍ່ຂຶ້ນມາ ກໍຈະຫາເງິນໄດ້ໜ້ອຍກວ່າຜູ້ໃຫຍ່ ທີ່ໄດ້ກິນອາຫານທີ່ມີທາດບໍາ ລຸງ ທີ່ຖືກຕ້ອງດີ.
ວີດີໂອ

ວີດີໂອ ຕາເຂົ້າເຝື້ອ ສາມາດຜ່າຕັດ ໃຫ້ຫາຍດີໄດ້ ໃນ 10 ນາທີ

ທ່ານໝໍຜ່າຕັດຕາສອງຄົນ, ຜູ້ນຶ່ງແມ່ນຊາວອາເມຣິກັນ, ແລະອີກ ຜູ້ນຶ່ງ ເປັນຄົນເນປາລ ໄດ້ສາມັກຄີກັນໃນການຊອກຫາຊ່ອງທາງ ຍຸຕິພະຍາດຕາບອດທີ່ສາມາດປ້ອງກັນໄດ້ ຊຶ່ງເປັນພະຍາດທີ່ນໍາ ໄປສູ່ຄວາມທຸກຈົນ ແລະການເສຍຊີວິດກ່ອນເວລາອັນຄວນ ສໍາ ລັບຫລາຍໆຄົນ ຢູ່ໃນໂລກ ພວ​ມພັດທະນາ. ຕະຫລອດສອງທົດ ສະວັດຜ່ານມາ ການດໍາເນີນຄວາມພະຍາຍາມຂອງທ່ານໝໍສອງ ຄົນນີ້ ໄດ້ນໍາເອົາສາຍຕາກັບຄືນມາໃຫ້ຄົນ ປະມານ 2 ລ້ານຄົນ ຢູ່ໃນທະວີບອາຟຣິກາແລະເອເຊຍ ອໍາ​ນວຍ​ໃຫ້ເຂົາ​ເຈົ້າ​ໄດ້​ເຫັນ ອີກ​ຄັ້ງ​ນຶ່ງ.
ວີດີໂອ

ວີດີໂອ ຈີນເອົາມາດຕະການ ຫຼຸດຜ່ອນປະລິມານ ອາຫານເຫຼືອ

ໃນຂະນະທີ່ຄວາມເປັນຫ່ວງເພີ່ມທະວີຂຶ້ນຢູ່ໃນຈີນ ກ່ຽວກັບຜົນກະທົບຕໍ່ສຸຂະພາບຈາກມົນລະພິດນັ້ນ ລັດຖະບານຈີນໄດ້ຮັບປາກວ່າ ຈະຖືເອົາການປັບ ປຸງສະພາບແວດລ້ອມເປັນບຸລິມະສິດສູງສຸດອັນ​ນຶ່ງ. ທີ່ປັກກິ່ງເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ໄດ້ຈັດຕັ້ງປະຕິ ບັດແຜນການທົດລອງນຶ່ງຂຶ້ນມາ ເພື່ອກວດລ້າງ ບັນຫາເສດອາຫານໃນຕົວເມືອງ.
ວີດີໂອ

ວີດີໂອ ໂຄງການ ທ່າເຮືອນໍ້າເລິກ ຂອງມຽນມາ

ມຽນມາ ແລະໄທ ວາງແຜນການຈະສ້າງທ່າເຮືອນໍ້າເລິກ ແຫ່ງນຶ່ງ ແລະເຂດອຸດສາຫະກໍາທີ່ໃຫຍ່ທີ່ສຸດໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ຢູ່ແຄມຝັ່ງທະເລທາງພາກ​ໃຕ້ຂອງມຽນມາ. ຖະໜົນທີ່ຈະເຊື່ອມຕໍ່ໄປຍັງປະເທດໄທ ຂອງໂຄງການດາເຫວ່ ທີ່ມີມູນຄ່າຫຼາຍພັນລ້ານໂດລ່ານັ້ນ ອາດສາມາດ​ເສີມ​ຂະຫຍາຍການຄ້າຢ່າງໃຫຍ່ຫຼວງລະ ຫວ່າງສອງປະເທດ. ແຕ່ໂຄງການນີ້​ໄດ້ປະສົບກັບບັນຫາ ການຂາດເຂີນເງິນທຶນ ແລະການຄັດຄ້ານຈາກປະຊາຊົນ ​ໃນ​ເຂດທ້ອງຖິ່ນ ທັງໆທີ່ຍັງບໍ່ໄດ້ເລີ່ມລົງມືກໍ່ສ້າງດ້ວຍຊໍ້າ.
ວີດີໂອ

ວີດີໂອ ບັນຫາຂັດແຍ້ງກັນ ເລື້ອງຊາຍແດນ ລະຫວ່າງໄທ-ກໍາປູເຈຍ

ຄາດວ່າ ໃນທ້າຍປີນີ້ ຄືປະມານເດືອນຕຸລາ ຫຼືພະຈິກ ສານສູງ ສຸດຂອງ ອົງການສະຫະປະຊາຊາດ ຈະທໍາການຕັດສິນກ່ຽວ​ກັບ ຄໍາຮ້ອງຂອງກໍາປູເຈຍ ທີ່ຂໍ​ໃຫ້​ລົງ​ຄວາມ​ເຫັນ​ກ່ຽວ​ກັບກໍາມະສິດ​ໃນເຂດຊາຍແດນທີ່ເປັນຂໍ້ຂັດ ແຍ້ງກັນ ລະຫວ່າງ​ຕົນ​ກັບປະ​ ເທດ​​ໄທ​ນັ້ນ. ໃນຊຸມປີ 1960 ສານໂລກ ທີ່​​ເອີ້ນວ່າ ສານ​ຍຸຕິ​ທໍາ ​ສາກົນ International Court of Justice ຫຼື ICJ ໄດ້ປະກາດ ໃຫ້ວັດໂບຮານແຫ່ງນຶ່ງຢູ່ແອ້ມແອ້ມເຂດຊາຍແດນນັ້ນເປັນຂອງ ກໍາປູເຈຍ ແຕ່ກໍບໍ່ໄດ້ຕັດສິນວ່າ ດິນດອນຢູ່ບໍລິເວນອ້ອມແອ້ມ ວັດດັ່ງກ່າວ ເປັນກໍາມະສິດຂອງຝ່າຍໃດ. ການຕັດສິນອອກ​ມາ ຢ່າງແຈ້ງ ຂາວຂອງ​ສານ​ໂລກ ກ່ຽວກັບພື້ນທີ່ດັ່ງກ່າວ ກໍແມ່ນຈະ ສ່ຽງໃຫ້ເກີດຄວາມ ເຄັ່ງຕຶງຂຶ້ນມາອີກໄດ້ ລະຫວ່າງສອງປະເທດ ເພື່ອນບ້ານ ທີ່ໃນບໍ່ເທົ່າໃດປີຜ່ານມາ ​ໄດ້​ນໍາ​ໄປ​ສູ່ການປະທະກັນ ທາງທະຫານຫຼາຍບັ້ນ ຈົນເຖິງຂັ້ນມີການເສຍຊີວິດ.
ວີດີໂອ

ວີດີໂອ ລົດໄຟ ຂອງອິນເດຍ ໃຊ້ເປັນ ຫ້ອງສອນ ວິທະຍາສາດ ເຄື່ອນທີ່

ລະບົບລົດໄຟຂອງອິນເດຍ ​ແມ່ນ​ໂຮມ​ຢູ່​ໃນ​ພວກລະບົບທີ່ໃຫຍ່ ແລະຄົນ ໃຊ້ກັນຫລາຍທີ່ສຸດໃນໂລກ. ແຕ່ວ່າ ບໍ່ແມ່ນໃຊ້ແຕ່ຂົນ ສົ່ງຄົນໂດຍສານເທົ່ານັ້ນ ລັດຖະບານອິນເດຍຍັງໃຊ້ຕາໜ່າງ ອັນໃຫຍ່ຫລວງອັນນີ້ ເພື່ອສະໜອງຫ້ອງຮຽນເຄື່ອນທີ່ໃຫ້ແກ່ ເດັກນ້ອຍ ທີ່ຢູ່​ເຂດສອກຫລີກຫ່າງ ໄກທີ່ສຸດ ຂອງປະເທດ.
ວີດີໂອ

ວີດີໂອ ໝອກຄວັນຈາກ ການຕັດໄມ້ຈູດປ່າ ໃນອິນໂດເນເຊຍ ກະທົບ ປະເທດເພື່ອນບ້ານ

ເມື່ອ​ບໍ່​ດົນ​ມາ​ນີ້ ສິງ​ຄະ​ໂປ ​ແລະ​ມາ​ເລ​ເຊຍ ​ໄດ້ປະ​​ເຊີນ​ກັບ ​ມົນ​ລະພິດ​ອາກາດ ​ທີ່ຮ້າຍ​ແຮງ​ທີ່​ສຸດ​ ໃນ​ຮອບ 16 ປີ ​ຊຶ່ງ ສາ​ເຫດ​ສ່ວນ​ໃຫຍ່​​ແມ່ນ​ເປັນຍ້ອນການ​ຕັດໄມ້​ເຜົາປ່າ ​​ເພື່ອ ​ເຮັດ​ສວນໃນ​​ອິນ​ໂດ​ເນ​ເຊຍ. ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໄດ້​ຂໍ​ໂທດແລະ​ສັນຍາ​ວ່າ​ ຈະ​ສືບສວນ​ສອບສວນ ສາ​ເຫດ​ ຂອງ​ໄຟ​ໄໝ້​ປ່າ ​ຄັ້ງ​ນີ້​ໃຫ້​ໄດ້.

ໂລກ

ວີດີໂອ ສະຫະລັດ ຈະຍັງ ບໍ່ໂຈມຕີ ຊີເຣຍເທື່ອ (ວີດິໂອ)

ຝ່າຍ​ຄ້ານ​ຂອງ​ຊີ​ເຣຍ​ ​ຜິດ​ຫວັງ​ກັບ​ ການ​ຕັດສິນ​ໃຈ​ຂອງ ປະທານາທິບໍດີ​ ໂອ​ບາ​ມາ ທີ່​ໂຈະ​ການ​ປະຕິບັດ​ການ​ ຢ່າງ​ວ່ອງໄວ​ ຕໍ່ຕ້ານ​ດາ​ມັສກັສ ໄວ້ນັ້ນ​. ​ ອ່ານຕື່ມ

ອ່ານຂ່າວອື່ນອີກ

ດົນຕີ

ຕີ ອຸ​ດາ​ໄລ - facebook

ພົບກັບລາຍການ ສຽງເພງຈາກແດນໄກ ຂອງ VOA ກັບ ວັນນະສອນ ​ໃນ​ທຸກໆ​ຄໍ່າ​ຄືນ ​ວັນ​ອາທິດ ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້...ນະ​ບັດ​ນີ້​. ອ່ານຕື່ມ

ຟັງລາຍການເພງອື່ນໆ

News of the Day in 60 Seconds

Video in English

Loading
໑໒:໐໐:໐໐ / -:--:--
ດາວໂຫລດ